ກົມກວດກາ ກະຊວງ ປທສ ລົງຊຸກຍູ້ວຽກງານກວດກາ ຢູ່ພະແນກ ປທສ ແຂວງໄຊຍະບູລີ
ໃນວັນທີ 19ພະຈິກ2019 ຜ່ານມານີ້ ທ່ານ ຄຳຝັ້ນ ສຸວັນນາຄະ ຫົວໜ້າກົມກວດກາ ກະຊວງປທສ ໄດ້ນຳພາທີມງານກວດກາ ກະຊວງ ປທສ ລົງມາເຄື່ອນໄຫວ ຕິດຕາມ, ກວດກາ ເພື່ອຊຸກຍູ້ວຽກງານກວດກາລັດປະຈຳປີ 2019 ຢູູ່ພະແນກ ປທສ ແຂວງໄຊຍະບູລີ, ໃຫ້ກຽດຕ້ອນຮັບໂດຍທ່ານ ອິນສະຫວັນ ພົມປັນຍາ ຫົວຫ້າ ພະແນກ ປທສ ແຂວງໄຊຍະບູລີ ພ້ອມດ້ວຍບັນດາ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ທັງໝົດ12ທ່ານ, ຍິງ 03ທ່ານ.
ກວດພົບ Malware ໃນລະບົບ Android ສຸດໂຫດ XHelper ທີ່ຕິດແລ້ວບໍ່ສາມາດເອົາອອກໄດ້, Factory Reset ກໍ່ບໍ່ໄດ້ຫາຍໄປ ທົວໂລກຖືກໄປແລ້ວກວ່າ 45,000 ເຄື່ອງ.
ນັກຄົ້ນຄວ້າ Malware ຈາກ Symantec ແລະ Malwarebytes ໄດ້ກວດພົບ malware ທີ່ມີຊື່ວ່າ XHelper ໃນລະບົບປະຕິບັດການ Android. ເປົ້າໝາຍຂອງ Malware ແມ່ນເພື່ອລໍ້ລວງຜູ້ເຄາະຮ້າຍໃຫ້ເບິ່ງໂຄສະນາແລະສ້າງສະແປມ, ຊີ້ເປົ້າໝາຍໃຫ້ເຂົ້າໄປດາວໂຫລດແອັບຕ່າງໆໃນ Play Store ເພື່ອສ້າງລາຍໄດ້ໃຫ້ແກ່ຄົນຮ້າຍ. ລາຍງານລ້າສຸດໄດ້ພົບເຫັນຜູ້ປະສົບເຄາະຮ້າຍຫລາຍກວ່າ 45,000 ເຄື່ອງ
ງານມະຫະກຳບຸນຊ້າງປີ 2020 ທີ່ແຂວງໄຊຍະບູລີຈັດຂຶ້ນໃນວັນທີ 18-28 ກຸມພາ.
ງານຖະແຫຼງຂ່າວງານມະຫະກຳບຸນຊ້າງປີ 2020 ທີ່ແຂວງໄຊຍະບູລີຈັດຂື້ນໃນວັນທີ 19 ພະຈິກນີ້ຢູ່ທີ່ຫ້ອງວ່າການປົກຄອງແຂວງໄຊຍະບູລີ ເຊິ່ງແມ່ນ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງທັງເປັນປະທານຈັດງານມະຫະກຳບຸນຊ້າງແຂວງໄຊຍະບູລີ ເປັນຜູ້ຖະແຫຼງໂດຍທ່ານໄດ້ກ່າວວ່າ: ສຳລັບການຈັດງານມະຫະກຳບຸນຊ້າງໄຊຍະບູລີໃນປີ 2020 ນີ້ຖືວ່າເປັນຄັ້ງທີ 14
ກອງປະຊຸມໃຫຍ່ ຜູ່ແທນອົງຄະນະພັກເມືອງ ຄອບ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ.
ໃນຕອນເຊົ້າວັນທີ 20 ພະຈິກ 2019, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ແພງຊ້ອຍ ແພງເມືອງ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ-ເມືອງ ຄອບ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງ ປາກທາ ແຂວງ ບໍ່ແກ້ວ ແລະ ບັນດາເມືອງອ້ອມຂ້າງ ເຂົ້າຮ່ວມ 150 ກວ່າສະຫາຍ,
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຫົງສາ ຄັ້ງທີ VIIIໄຂຂຶ້ນຢ່າງເປັນທາງການ
ໃນຕອນເຊົ້າວັນທີ 14 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ຄໍາຫຼ້າ ຜີວວັນນາ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ ຫົງສາ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ,
ໜ່ວຍຮາກຖານຊາວໝຸ່ມພະແນກ ປທສ ແຂວງໄຊຍະບູລີ ເປີດກອງປະຊຸມປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2019
ໃນວັນທີ 30ຕຸລາ 2019 ຜ່ານມານີ້, ໜ່ວຍຮາກຖານຊາວໝຸ່ມພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ ໄດ້ເປີດກອງປະຊຸມປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງໜ່ວຍຮາກຖານຊາວໝຸ່ມພະແນກ ປທສ ແຂວງ ປະຈຳປີ 2019 ແລະ ທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 4 ບຸກປະຈຳປີ 2020ຂື້ນ ທີ່ຫ້ອງປະຊຸມພະແນກ, ເປັນກຽດເຂົ້າຮ່ວມພິທີໂດຍ ທ່ານ ນາງ ມະນີໄລ ສິດທິໄຊ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກ ປທສ ແຂວງ,